ໂຊດ ເພັດຣາສີ
H.E. Soth Phetrasy

 


 

ປະຫວັດຫຍໍ້ ແລະ ຜົນງານການຕໍ່ສູ້ປະຕິວັດ

ທ່ານ ໂຊດ ເພັດຣາສີ ອາດີດການນໍາ ແລະ ນັກຮົບປະຕິວັດ ລຸ້ນອາວຸໂສ. ອາດີດຫົວໜ້າຜູ້ຕາງໜ້າແນວລາວຮັກຊາດ ປະຈໍາວຽງຈັນທີ່ຕິດພັນກັບກອງຮ້ອຍ 02, ກອງຮ້ອຍຫິນເພັດ 1962-1974. (ປະຈຸບັນແມ່ນສໍານັກງານແນວລາວສ້າງຊາດຢູ່ຂ້າງຕະຫຼາດເຊົ້າ ທີ່ໄດ້ຖືກທັບມ້າງອອກເພື່ອສ້າງໃໝ່).

ທ່ານ ໂຊດ ເພັດຣາສີ ແມ່ນບຸກຄົນສໍາຄັນຄົນໜຶ່ງໃນຂະບວນການປະຕິວັດປົດປ່ອຍຊາດ ຂອງຊາດລາວວິລະຊົນ. ຕະຫຼອດຊີວິດຂອງເພິ່ນໄດ້ອຸທິຊີວິດ ແລະ ຈິດໃຈເພື່ອການປະຕິວັດທີ່ແທ້ຈິງ,

ເພິ່ນຍອມເສຍສະລະຜົນປະໂຫຍດສ່ວນຕົວທຸກຢ່າງໃນຊີວິດ ເພື່ອອານາຄົດຂອງຊາດລາວເຮົາ. ປະຫວັດຂອງເພິ່້ນ ສົມຄວນຈາລຶກ ແລະ ບັນທຶກໄວ້ໃນປຶ້ມຄໍາປະຫວັດສາດໃນການຕໍ່ສູ້ຂອງຊາດລາວວິລະຊົນຕະຫຼອດໄປ.

ໝາຍເຫດ: ປະຫວັດລະອຽດຂອງເພິ່ນ ກໍາລັງຢູ່ໃນຂັ້ນຕອນການຮວບຮວມ ແລະ ຈະຖືກເຜີຍແຜ່ໃຫ້ລູກຫຼານປະຊາຊົນລາວໄດ້ສຶກສາຮຽນຮູ້ໃນໄວໆນີ້. ແລ້ວຈະປະກາດແຈ້ງການໃຫ້ຊາບພາຍຫຼັງ.